ສປຊ ຈັດກອງປະຊຸມໃຫຍ່ກ່ຽວກັບການຕັ້ງຖິ່ນຖານຂອງມະນຸດ ຄັ້ງທີ 2
ຕາມຂ່າວສານຊິນຮວາລາຍງານວັນທີ 6 ມິຖຸນາ ນີ້, ກອງປະຊຸມໃຫຍ່ການຕັ້ງຖິ່ນຖານຂອງມະນຸດອົງການສະຫະປະຊາຊາດ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນ ຫຼວງໄນໂຣບີ ປະເທດເຄນຢາ, ໂດຍສຸມໃສ່ປຶກສາຫາລືປິ່ນອ້ອມຫົວຂໍ້ຕ່າງໆເຊັ່ນ: ການຕັ້ງຖິ່ນຖານທີ່ເຂົ້າເຖິງໄດ້ໂດຍທົ່ວໄປ, ການເຄື່ອນໄຫວຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດໃນຕົວເມືອງ, ການຮັບມືກັບວິກິດການຕົວເມືອງ, ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ທ້ອງຖິ່ນ ແລະ ການຄຸ້ມຄອງ ໃນຫຼາຍລະດັບ, ການເງິນ, ຄວາມຈະເລີນຮຸ່ງເຮືອງ ແລະ ອື່ນໆ. ນອກຈາກນັ້ນ, ກອງປະຊຸມຍັງດຳເນີນພາຍໃຕ້ຫົວຂໍ້ “ບັນລຸອະນາຄົດຂອງຕົວເມືອງແບບຍືນ ຍົງໂດຍຜ່ານລັດທິຫຼາຍຝ່າຍແບບກວມລວມ ແລະ ມີປະສິດ ທິຜົນ, ບັນລຸເປົ້າໝາຍການພັດ ທະນາແບບຍືນຍົງໃນຍຸກວິກິດ ການໂລກ”. ທົບທວນຄືນການ ເຄື່ອນໄຫວຕ່າງໆຂອງຝ່າຍປະ ຕິບັດງານແຜນການອົງການ ສປຊ ກ່ຽວກັບການຕັ້ງຖິ່ນຖານຂອງມະນຸດ ແລະ ປຶກສາຫາລືແຜນການຍຸດທະສາດສະບັບໃໝ່ຂອງ ແຜນການ ຂອງອົງການ ສປຊ. ກອງປະຊຸມຄັ້ງນີ້ຈະດຳເນີນຈົນຮອດວັນທີ 9 ມິຖຸນາ ຈຶ່ງຈະອັດລົງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/06/2023